ເງິນເດືອນສະເລ່ຍຂອງຜູ້ອອກແຮງງານໃນລາວ ຢູ່ໃນອັນດັບທີ 8 ຂອງອາຊີຕາເວັນອອກສຽງໃຕ້

​ເຖິງ​ວ່າ​ໃນ​ແຕ່ລະ​ປະ​ເທດ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ​ດ້ານ​ດ້ານ​ເງິນ​ເດືອນ​ລະຫວ່າງ​ອາຊີບ ​ແລະ ທ້ອງ​ຖິ່ນ, ​ແຕ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ອັດຕາ​ເງິນ​ເດືອນ​ຂອງ​ຄົນ​ງານ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໂດຍ​ສະ​ເພາະ​ແມ່ນ​ເພີ່ມ​ຂຶ້ນ. ຕາມ​ຂໍ້​ມູນ​ຈາກ​ເວັບ​ໄຊ​ວິ​ເຄາະ​ປະ​ສິດ​ທິ​ພາບ Time Champ, ເງິນ​ເດືອນ​ສະ​ເລ່ຍ​ຂອງ​ຫວຽດ​ນາມ ຢືນ​ອັນ​ດັບ​ທີ 7 ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ໃນ​ຂະ​ນະ​ນັ້ນ, ເງິນ​ເດືອນ​ສະ​ເລ່ຍ​ຂອງ​ລາວ​ຢູ່​ອັນ​ດັບ​ທີ​ຫຼັງ​ຫວຽດ​ນາມ. ປະ​ເທດ​ທີ່​ມີ​ເງິນ​ເດືອນ​ສະ​ເລ່ຍ​ສູງ​ສຸດ​ໃນ​ພາກ​ພື້ນ​ແມ່ນ​ສິງ​ກະ​ໂປ, [...]