ວັນທີ 21 ພຶດສະພານີ້, ພະແນກຈະລາຈອນ, ໂຍທາທິການ ແລະ ຂົນສົ່ງ ແຂວງເຊກອງ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງ 16B ຄວາມຍາວ 21 ກິໂລແມັດ (ເມືອງ ດາກຈຶງ-ເມືອງ ດັກລັກ) ຊາຍແດນ ລາວ-ຫວຽດນາມ ໂດຍການເປັນປະທານຂອງ ທ່ານ ປອ. ຂັນຕີ ສີລາວົງສາ ຮອງເຈົ້າແຂວງເຊກອງ, ທ່ານ ຄໍາເກິ່ງ ແກ້ວສຸວັນ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງເຊກອງ ພ້ອມດ້ວຍບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນກອງ ສົມບັດສົມພອນ ຫົວໜ້າໂຄງການກໍ່ສ້າງເສັ້ນທາງ 16B ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນຂອງໂຄງການກໍ່ສ້າງເສັ້ນທາງ 16B ມີຄວາມຍາວ 21,63 ກິໂລແມັດ ເລີ່ມແຕ່ເມືອງດາກຈຶງ ແລະ ສິ້ນສຸດທາງເຂົ້າເຂື່ອນເຊຂະໝານ 3 ເຊັນສັນຍາກໍ່ສ້າງ ວັນທີ 2 ພຶດສະພາ 2014, ໄລຍະເວລາກໍ່ສ້າງ 30 ເດືອນ; ມາຮອດກາງເດືອນມັງກອນ 2021, ຄະນະກວດກາໄດ້ມາກວດກາຄືນສະພາບເສັ້ນທາງ ແລະ ຈໍານວນວຽກງານຕາມສັນຍາ ໃນຄັ້ງນີ້, ບາງລາຍການໃນສັນຍາແມ່ນໄດ້ສໍາເລັດຕາມມາດຕະຖານກ່ອນການມອບ-ຮັບໂຄງການຕົ້ນຕໍ .
ໂຄງການດັ່ງກ່າວມີມູນຄ່າການກໍ່ສ້າງທັງໝົດ 59 ຕື້ກວ່າກີບ, ໂດຍມີພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເປັນເຈົ້າຂອງໂຄງການ; ບໍລິສັດ ສຳຫຼວດ ອອກແບບ ແລະ ວິເຄາະວັດສະດຸກໍ່ສ້າງຂອງລັດ ຈຳກັດ ເປັນໜ່ວຍງານວິຊາການທີ່ປຶກສາ; ບໍລິສັດ ນາລີຈະເລີນກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ. ເສັ້ນທາງ 16B ມີຄວາມຍາວ 21 ກິໂລແມັດ (ເມືອງ ດາກຈຶງ-ເມືອງ ດັກລັກ) ຕິດກັບຊາຍແດນ ລາວ-ຫວຽດນາມ, ເປັນທາງຫຼວງແຫ່ງຊາດ, ເສັ້ນທາງໃນເມືອງ ດັກຈຶງ ມີຄວາມຍາວ 9 ແມັດ ແລະ ກວ້າງ 14 ແມັດ; ເສັ້ນທາງກວ້າງ 7 ແມັດ ເປັນທາງ 4 ຊັ້ນ; ເສັ້ນທາງປູຢາງ 2 ຊັ້ນ; ເປັນເສັ້ນທາງຍຸດທະສາດສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາຊົນໃນການໄປມາຫາສູ່ກັນ, ແລກປ່ຽນ, ຊື້ສິນຄ້າ, ທັງເປັນການພັດທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ, ການທ່ອງທ່ຽວຂອງແຂວງໃຫ້ມີຊີວິດຊີວາກວ່າ, ທັງເປັນເງື່ອນໄຂເພື່ອຍົກລະດັບດ່ານຊາຍແດນດັກລັກເປັນດ່ານຊາຍແດນສາກົນ ປະຕູເຊື່ອມຕໍ່ ແລະ ເຊື່ອມໂຍງແລວເສດຖະກິດຕາເວັນອອກ-ຕາເວັນຕົກໄດ້ສະດວກກວ່າ.
ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ ຂັນຕິ ສີລາວົງສາ ເນັ້ນໜັກວ່າ: ບັນດາຂະແໜງການກ່ຽວຂ້ອງຕ້ອງຕິດຕາມກວດກາການຊຳລະງົບປະມານທີ່ຍັງຄ້າງຄາ, ຕ້ອງມີຄວາມລະອຽດ, ຊັດເຈນ, ເຂັ້ມງວດ ແລະ ກົດໝາຍທີ່ກ່ຽວຂ້ອງ. ພາຍຫຼັງການມອບ-ຮັບ, ເຈົ້າຂອງໂຄງການຕ້ອງໄດ້ກະກຽມບົດລາຍງານເພື່ອລາຍງານຕໍ່ກະຊວງທີ່ກ່ຽວຂ້ອງ ເພື່ອຮ້ອງຂໍໃຫ້ມີການປັບປຸງແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍ່ຄືແຂວງເຊກອງ ເພື່ອສະເໜີຂໍທຶນສ້ອມແປງເສັ້ນທາງດັ່ງກ່າວ.
ສັງເຄາະ
