ແຂວງຫຼວງພະບາງ ສູ້ຊົນດຶງດູດທຶນລົງທຶນໃຫ້ໄດ້ 2.000 ກວ່າຕື້ກີບ

ອີງຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຫຼວງພະບາງ ປີ 2024: ແຜນການລົງທຶນ 2024, ແຂວງຫຼວງພະບາງ ໄດ້ວາງຄາດໝາຍ ແລະ ດັດຊະນີລວມ ເພື່ອສູ້ຊົນລະດົມທຶນພັດທະນາໃຫ້ໄດ້ກວ່າ 3.796 ຕື້ກີບ ເທົ່າກັບ 22% GDP; ໃນນັ້ນການລົງທຶນຂອງລັດ 87,3 ຕື້ກວ່າກີບ ກວມເອົາ 2,30%; ການຊ່ວຍເຫຼືອດ້ານການພັດທະນາບັນລຸ 265,7 ຕື້ກີບ ກວມເອົາ 7%; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 2.657 ຕື້ກີບ ກວມເອົາ 70% ແລະ ສິນເຊື່ອທະນາຄານ 785,8 ຕື້ກີບ ກວມເອົາ 20,70% ຂອງທຶນລົງທຶນທັງໝົດ.

ສົ່ງເສີມການລົງທຶນຂອງເອກະຊົນໃນຂົງເຂດບູລິມະສິດ ແລະ ອຸດສາຫະກຳຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ກຈສ, ລົງວັນທີ 17 ພະຈິກ 2016; ​ແມ່ນ​ສຸມ​ໃສ່​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ​ຂອງ​ແຂວງ, ບັນດາ​ໂຄງການ​ມີ​ຄຸນ​ນະພາ​ບ, ການ​ລົງທຶນ​ຖ່າຍທອດ​ເຕັກ​ໂນ​ໂລ​ຊີ, ປະດິດ​ສ້າງ​ໃໝ່​ຕິດ​ພັນ​ກັບ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ເປັນ​ຕົ້ນ​ແມ່ນ​ການ​ລົງທຶນ​ຜະລິດ​ສິນຄ້າ​ທີ່​ຈຳ​ເປັນ​ເພື່ອ​ຄວາມ​ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກ ​ແລະ ຫຼຸດຜ່ອນ​ການ​ເພິ່ງ​ພາ​ການ​ນຳ​ເຂົ້າ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ. ເປັນຕົ້ນແມ່ນໂຄງການຄໍ້າປະກັນສະບຽງອາຫານ ແລະ ຊຸກຍູ້ການຜະລິດເປັນສິນຄ້າຕາມມາດຖານກະສິກຳສະອາດ, ຊຸກຍູ້ການປູກຝັງ-ລ້ຽງສັດ ຕິດພັນກັບການປຸງແຕ່ງ ເພື່ອສ້າງລະບົບຕ່ອງໂສ້ມູນຄ່າເພີ່ມຂອງຜະລິດຕະພັນທີ່ມີຄຸນນະພາບທີ່ມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນ, ອຸດສາຫະກຳປຸງແຕ່ງສະບຽງອາຫານ, ອຸດສາຫະກຳປຸງແຕ່ງສິນຄ້າບໍລິໂພກ ແລະ. ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ​ທຳ​ມະ​ຊາດ, ວັດທະນະທຳ, ປະຫວັດສາດ​ຕິດ​ພັນ​ກັບ​ຮີດຄອງ​ປະ​ເພນີ, ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ຍືນ​ຍົງ.

ສົ່ງເສີມການລົງທຶນດ້ານພະລັງງານສະອາດ, ການຂຸດຄົ້ນແຮ່ທາດ ແລະ ການປຸງແຕ່ງໃນຂົງເຂດສຳຫຼວດ ແລະ ວາງແຜນ; ລົງທຶນ​ຂະ​ແໜງ​ການ​ບໍລິການ, ທ່ອງ​ທ່ຽວ​ທຳ​ມະ​ຊາດ, ວັດທະນະທຳ ​ແລະ ສັງຄົມ; ຊຸກຍູ້​ການ​ລົງທຶນ​ໃນ​ຂົງ​ເຂດ​ບໍລິການ​ຂົນ​ສົ່ງ ​ແລະ ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ແຂວງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ​ໃນ​ໂລກ. ພ້ອມ​ທັງ​ໃຫ້​ແຂວງ​ດັ່ງກ່າວ​ເອົາ​ໃຈ​ໃສ່​ດຶງ​ດູດ​ການ​ລົງທຶນ​ຢ່າງ​ແຂງ​ແຮງ​ເຂົ້າ​ບັນດາ​ໂຄງການ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ, ​ໂຄງການ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ທີ່​ຈຳ​ເປັນ ​ແລະ ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ.

ສັງເຄາະ