ວັນທີ 9 ເມສາ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານໃນປີ 2023 ແລະ ທິດທາງແຜນການປີ 2024; ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ, ຫົວໜ້າພະແນກການ ແລະ ພະນັກງານພະແນກການອ້ອມຂ້າງແຂວງ, ເມືອງ ແລະ ພະນັກງານເຂົ້າຮ່ວມ.
ທ່ານ ສີສະຫວັດ ແສງພະຈັນ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ ກ່າວວ່າ: ໃນ 1 ປີຜ່ານມາ, ຄະນະພັກ-ຄະນະນຳ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ. ໃຫ້ແກ່ພະນັກງານ, ສະມາຊິກພັກໃນກົມ ໂດຍຈັດຕັ້ງນະໂຍບາຍ, ມະຕິ, ຄຳສັ່ງໃຫ້ລະອຽດ.
ທົ່ວແຂວງມີສະຖານີວິທະຍຸກະຈາຍສຽງ 2 ແຫ່ງ, ມີ 23 ລາຍການ, ສະຖານີວິທະຍຸເມືອງ 1 ແຫ່ງ, ມີລະບົບສື່ມວນຊົນ 42 ແຫ່ງ, ມີ 6 ເວັບໄຊ, ເຟສບຸກ 35 ຊ່ອງ, ໜັງສືພິມເອເລັກໂຕນິກວຽງຈັນ 1 ຊ່ອງ ແລະ ຢູທູບ 1 ຊ່ອງ. ໃນປີ 2023 ທົ່ວແຂວງໄດ້ຮັບຂ່າວ 6.353 ຂ່າວ ເທົ່າກັບ 141.11% ຂອງແຜນການປີ ໃນປີ 2023 ສົ່ງຂ່າວໃຫ້ສະຖານີໂທລະພາບແຫ່ງຊາດ 264 ຂ່າວ, ວິທະຍຸກະຈາຍສຽງແຫ່ງຊາດ 360 ຂ່າວ ແລະ ສະຖານີໂທລະພາບແຂວງ 2.198 ຂ່າວ.
ທ່ານ ສີສະຫວັດ ແສງພະຈັນ ກ່າວຕື່ມວ່າ: ປີຜ່ານມາ ແຂວງໄດ້ສ້າງ 2 ບ້ານວັດທະນະທໍາ ບັນລຸ 40% ຂອງແຜນການປີ, ປະເມີນໄດ້ 19 ບ້ານ ເປັນບ້ານວັດທະນະທໍາປະເພດ II, ສ້າງຕັ້ງກຸ່ມບ້ານວັດທະນະທໍາ 1 ບ້ານ ແລະ 3 ຫົວໜ່ວຍວັດທະນະທໍາ. ປັດຈຸບັນ ທົ່ວແຂວງມີຫົວໜ່ວຍທຸລະກິດທ່ອງທ່ຽວທັງໝົດ 1.132 ຫົວໜ່ວຍ ຫຼຸດລົງ 44 ຫົວໜ່ວຍ ທຽບໃສ່ປີ 2022 ມີມູນຄ່າການລົງທຶນທັງໝົດ 538 ຕື້ກວ່າກີບ; ໃນນັ້ນ, ຂັ້ນແຂວງ ຄຸ້ມຄອງ 311 ຫົວໜ່ວຍ, ຂັ້ນເມືອງ ຄຸ້ມຄອງ 821 ຫົວໜ່ວຍ. ໃນປີ 2023 ຈະມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງວຽງຈັນ 817,369 ຄົນ, ສ້າງລາຍຮັບໃຫ້ແຂວງ 553 ຕື້ກວ່າກີບ ຈາກການເຄື່ອນໄຫວວຽກງານການທ່ອງທ່ຽວ.
ສັງເຄາະ
