ລາວ​ຈະ​ເປັນ​ເຈົ້າພາບ​ຈັດ​ເວທີ​ປາ​ໄສ​ການທ່ອງທ່ຽວ​ແມ່​ນ້ຳຂອງ​ປີ 2025

ເວທີ​ປາ​ໄສ​ການທ່ອງທ່ຽວ​ແມ່​ນ້ຳຂອງ (MTF) 2024 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 25 ​ເມສາ​ນີ້​ຢູ່​ນະຄອນ​ລີ​ຈຽງ​ແຂວງ​ຢຸນນານ​ຈີນ, ດ້ວຍ​ຫົວ​ຂໍ້​ວ່າ “​ເສັ້ນທາງ​ທີ່​ກຳນົດ​ທິດ​ການທ່ອງທ່ຽວ​ໃນ​ອະນາຄົດ”. ​ເວທີ​ປາ​ໄສ​ຄັ້ງ​ນີ້​ມີ​ການ​ເຂົ້າ​ຮ່ວມ ​ແລະ ການ​ປະກອບສ່ວນ​ຂອງ​ຫຼາຍ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຈາກ​ຫຼາຍ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ (GMS) ​ເຊິ່ງລວມມີ ລາວ, ກຳປູ​ເຈຍ, ຈີນ, ມຽນມາ, ​ໄທ ​ແລະ ຫວຽດນາມ ​ໄດ້​ສຸມ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ການ​ຫັນປ່ຽນ​ຮູບ​ແບບ​ການທ່ອງທ່ຽວ​ຂອງ​ພາກ​ພື້ນ.

​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ມີ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ 400 ກວ່າ​ຄົນ​ເຂົ້າ​ຮ່ວມ, ​ໃນ​ນັ້ນ​ມີ​ບັນດາ​ການ​ນຳ​ຂະ​ແໜງ​ການ, ອົງການ NGO, ອົງການ​ສື່​ມວນ​ຊົນ ​ແລະ ຜູ້ຕາງໜ້າ​ພາກ​ເອກະ​ຊົນ. ການ​ສົນທະນາ​ທີ່​ເວທີ​ປາ​ໄສ​ໄດ້​ສຸມ​ໃສ່​ການ​ປ່ຽນ​ແປງ​ໃໝ່, ການ​ຮ່ວມ​ມື ​ແລະ ຍຸດ​ທະ​ສາດ​ທີ່​ກ້າວໜ້າ ​ເພື່ອ​ພັດທະນາ​ການ​ທ່ອງ​ທ່ຽວ​ທີ່​ມີ​ຜົນ​ປະ​ໂຫຍ​ດ, ຄວາມ​ໝັ້ນຄົງ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ວັດທະນະທຳ.

ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ຢາງ​ເຈ​ສື, ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ແລະ​ທ່ອງ​ທ່ຽວ​ຈີນ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ​ແລະ​ການ​ຮັບ​ຮູ້​ໃນ GMS, ​ແລະ​ຊຸກຍູ້​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ການທ່ອງທ່ຽວ​ຂອງ​ພາກ​ພື້ນ​ແລະ​ປັບປຸງ​ການ​ທ່ອງ​ທ່ຽວ. ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ, ຈີນ​ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ປະ​ເທດ GMS ​ເພື່ອ​ຍົກ​ສູງ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ຂຶ້ນ​ສູ່​ລະດັບ​ໃໝ່.

ທ່ານ ຄຳດວງຈັນທາ ຫົວໜ້າກົມສົ່ງເສີມການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ເກດສະໜາ ສຸນດາລາ ຫົວໜ້າກົມສົ່ງເສີມການທ່ອງທ່ຽວລາວ ໄດ້ເນັ້ນໜັກເຖິງບົດບາດອັນຕັ້ງໜ້າຂອງລາວ ໃນການມີອິດທິພົນຕໍ່ອະນາຄົດຂອງອຸດສາຫະກຳການທ່ອງທ່ຽວ GMS. ໃນ​ເວ​ທີ​ປາ​ໄສ, ທ່ານ​ຄຳ​ດວງ​ຈັນ​ທາ ໄດ້​ຮັບ​ທຸງ​ຊາດ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ທ່ອງ​ທ່ຽວ​ແມ່​ນ້ຳ​ຂອງ​ປີ 2025 ຈາກ​ຈີນ, ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ພະ​ບາງ​ໃນ​ເດືອນ​ພຶດ​ສະ​ພາ 2025.

ນອກຈາກນັ້ນ, ທ່ານ Adita Kittikun, ຄູ່ຮ່ວມງານອາວຸໂສຂອງ RDK Group, ບໍລິສັດສື່ມວນຊົນ ແລະ ການຕະຫລາດໃນລາວ ໄດ້ແບ່ງປັນຄວາມຊ່ຽວຊານຂອງຕົນກ່ຽວກັບການປ່ຽນແປງຂອງພູມສັນຖານຂອງສື່ດິຈິຕອລ ແລະ ຜົນກະທົບຂອງມັນຕໍ່ກັບກິດຈະກໍາການຕະຫຼາດການທ່ອງທ່ຽວໃນບັນດາປະເທດ GMS. ​ເຊື່ອມ​ຕໍ່​ບັນດາ​ແມ່​ນ້ຳ, ​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​ວັດທະນະທຳ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ”, ທ່ານ​ຊີ້​ອອກ​ວ່າ, ບົດບາດ​ສຳຄັນ​ຂອງ​ການ​ສື່ສານ​ດ້ານ​ເຕັກນິກ, ​ເຕັກ​ໂນ​ໂລ​ຢີດີ​ຈີ​ຕອນ​ໃນ​ການ​ຊຸກຍູ້​ການ​ເຊື່ອມ​ໂຍງ​ດ້ານ​ວັດທະນະທຳ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ.

ສັງເຄາະ