ມອບໂຄງການກໍ່ສ້າງເສັ້ນທາງ 16B ໃກ້ຊາຍແດນລາວ-ຫວຽດນາມ

ວັນທີ 21 ພຶດສະພານີ້, ພະແນກຈະລາຈອນ, ໂຍທາທິການ ແລະ ຂົນສົ່ງ ແຂວງເຊກອງ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງ 16B ຄວາມຍາວ 21 ກິໂລແມັດ (ເມືອງ ດາກຈຶງ-ເມືອງ ດັກລັກ) ຊາຍແດນ ລາວ-ຫວຽດນາມ ໂດຍການເປັນປະທານຂອງ ທ່ານ ປອ. ຂັນຕີ ສີລາວົງສາ ຮອງເຈົ້າແຂວງເຊກອງ, ທ່ານ ຄໍາເກິ່ງ ແກ້ວສຸວັນ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງເຊກອງ ພ້ອມດ້ວຍບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນກອງ ສົມບັດສົມພອນ ຫົວໜ້າໂຄງການກໍ່ສ້າງເສັ້ນທາງ 16B ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນຂອງໂຄງການກໍ່ສ້າງເສັ້ນທາງ 16B ມີຄວາມຍາວ 21,63 ກິໂລແມັດ ເລີ່ມແຕ່ເມືອງດາກຈຶງ ແລະ ສິ້ນສຸດທາງເຂົ້າເຂື່ອນເຊຂະໝານ 3 ເຊັນສັນຍາກໍ່ສ້າງ ວັນທີ 2 ພຶດສະພາ 2014, ໄລຍະເວລາກໍ່ສ້າງ 30 ເດືອນ; ມາຮອດກາງເດືອນມັງກອນ 2021, ຄະນະກວດກາໄດ້ມາກວດກາຄືນສະພາບເສັ້ນທາງ ແລະ ຈໍານວນວຽກງານຕາມສັນຍາ ໃນຄັ້ງນີ້, ບາງລາຍການໃນສັນຍາແມ່ນໄດ້ສໍາເລັດຕາມມາດຕະຖານກ່ອນການມອບ-ຮັບໂຄງການຕົ້ນຕໍ .

ໂຄງການດັ່ງກ່າວມີມູນຄ່າການກໍ່ສ້າງທັງໝົດ 59 ຕື້ກວ່າກີບ, ໂດຍມີພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເປັນເຈົ້າຂອງໂຄງການ; ບໍລິສັດ ສຳຫຼວດ ອອກແບບ ແລະ ວິເຄາະວັດສະດຸກໍ່ສ້າງຂອງລັດ ຈຳກັດ ເປັນໜ່ວຍງານວິຊາການທີ່ປຶກສາ; ບໍລິສັດ ນາລີຈະເລີນກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ. ເສັ້ນທາງ 16B ມີຄວາມຍາວ 21 ກິໂລແມັດ (ເມືອງ ດາກຈຶງ-ເມືອງ ດັກລັກ) ຕິດກັບຊາຍແດນ ລາວ-ຫວຽດນາມ, ເປັນທາງຫຼວງແຫ່ງຊາດ, ເສັ້ນທາງໃນເມືອງ ດັກຈຶງ ມີຄວາມຍາວ 9 ແມັດ ແລະ ກວ້າງ 14 ແມັດ; ເສັ້ນທາງກວ້າງ 7 ແມັດ ເປັນທາງ 4 ຊັ້ນ; ເສັ້ນທາງປູຢາງ 2 ຊັ້ນ; ເປັນ​ເສັ້ນທາງ​ຍຸດ​ທະ​ສາດ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ໃນ​ການ​ໄປມາ​ຫາສູ່​ກັນ, ​ແລກປ່ຽນ, ຊື້​ສິນຄ້າ, ທັງ​ເປັນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ​ຂອງ​ແຂວງ​ໃຫ້​ມີ​ຊີວິດ​ຊີວາ​ກວ່າ, ທັງ​ເປັນ​ເງື່ອນ​ໄຂ​ເພື່ອ​ຍົກ​ລະດັບ​ດ່ານ​ຊາຍ​ແດນ​ດັກ​ລັກ​ເປັນ​ດ່ານ​ຊາຍ​ແດນ​ສາກົນ ປະຕູ​ເຊື່ອມ​ຕໍ່ ​ແລະ ​ເຊື່ອມ​ໂຍງ​ແລວ​ເສດຖະກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ​ໄດ້​ສະດວກ​ກວ່າ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ຮັບ, ທ່ານ ຂັນ​ຕິ ສີລາ​ວົງ​ສາ ​ເນັ້ນ​ໜັກ​ວ່າ: ບັນດາ​ຂະ​ແໜງ​ການ​ກ່ຽວຂ້ອງ​ຕ້ອງ​ຕິດຕາມ​ກວດກາ​ການ​ຊຳລະ​ງົບປະມານ​ທີ່​ຍັງ​ຄ້າງ​ຄາ, ຕ້ອງ​ມີ​ຄວາມ​ລະອຽດ, ຊັດ​ເຈນ, ເຂັ້ມ​ງວດ ​ແລະ ກົດໝາຍ​ທີ່​ກ່ຽວຂ້ອງ. ພາຍຫຼັງການມອບ-ຮັບ, ເຈົ້າຂອງໂຄງການຕ້ອງໄດ້ກະກຽມບົດລາຍງານເພື່ອລາຍງານຕໍ່ກະຊວງທີ່ກ່ຽວຂ້ອງ ເພື່ອຮ້ອງຂໍໃຫ້ມີການປັບປຸງແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍ່ຄືແຂວງເຊກອງ ເພື່ອສະເໜີຂໍທຶນສ້ອມແປງເສັ້ນທາງດັ່ງກ່າວ.

ສັງເຄາະ