ລາວຖືກຈັດອັນດັບທີ 53 ໃນບັນດາປະເທດທີ່ມີນັກທ່ອງທ່ຽວເຂົ້າມາຫຼາຍທີ່ສຸດໃນໂລກໃນປີ 2024.
ວາລະສານ CEOWORLD ວາລະສານທຸລະກິດທີ່ມີຊື່ສຽງຂອງໂລກ ຈັດອັນດັບ (World’s Best Country To Visit In Your Lifetime 2024) ປະເທດລາວຢູ່ອັນດັບທີ 53 ຂອງໂລກ ໃນດ້ານນັກທ່ອງທ່ຽວເຂົ້າມາຫຼາຍທີ່ສຸດ ດ້ວຍຄະແນນ 49.97/100 ຄະແນນ.
ນອກຈາກນັ້ນ, ວາລະສານສະບັບນີ້ຍັງມີສະຖິຕິຈັດອັນດັບປະເທດທີ່ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຫຼາຍທີ່ສຸດ ໂດຍສະເພາະ: ອັນດັບທີ 1 ເປັນຂອງປະເທດໄທ ດ້ວຍຄະແນນ 72,15; ອິນໂດເນເຊຍ ອັນດັບ 3 ດ້ວຍຄະແນນ 65.15; ຟີລິບປິນ ຢູ່ອັນດັບທີ 26 ດ້ວຍຄະແນນ 53.74; ຫວຽດນາມ ຢູ່ອັນດັບທີ 28 ດ້ວຍຄະແນນ 53,55; ກຳປູເຈຍຢູ່ອັນດັບທີ 43 ດ້ວຍຄະແນນ 51.61.
ການຈັດອັນດັບຂ້າງເທິງນີ້ແມ່ນອີງໃສ່ຫຼາຍປັດໄຈເຊັ່ນແຫຼ່ງທ່ອງທ່ຽວ, ສິລະປະແລະວັດທະນະທໍາ, ອາຫານແຊບ, ການຄ້າ, ທໍາມະຊາດ, nightlife …
ດ້ວຍການຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມທີ່ສະດວກ, ຄວາມໄດ້ປຽບຂອງບັນດາຈຸດຊົມທິວທັດ, ພ້ອມກັບນະໂຍບາຍສົ່ງເສີມການທ່ອງທ່ຽວທີ່ເຂັ້ມແຂງໃນປີທ່ອງທ່ຽວລາວ 2024 ເຮັດໃຫ້ລາວມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມນັບມື້ນັບເພີ່ມຂຶ້ນ.
ຈັດອັນດັບ 10 ປະເທດທີ່ມີຈຳນວນນັກທ່ອງທ່ຽວເຂົ້າມາລາວໃນ 3 ເດືອນຕົ້ນປີ 2024 ລວມທັງໄທ: 337,689 ຄົນ; ຫວຽດນາມ: 263.165 ຄົນ; ຈີນ: 242,139 ຄົນ; ເກົາຫຼີ: 105,420 ຄົນ; ສະຫະລັດ: 25,069 ຄົນ…
ສັງເຄາະ
