ສະຫະພາບ ເອີຣົບ ປະຈໍາລາວ ໄດ້ເປີດ ອາທິດທຳອິດ ຂອງສະຫະພາບ ຢູໂຣບ ຢູ່ລາວ ແຕ່ວັນທີ 6 ຫາ 12 ພຶດສະພາ. ກິດຈະກຳດັ່ງກ່າວ ແມ່ນເພື່ອເປັນການສະເຫຼີມສະຫຼອງ ແລະ ເຊີດຊູຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງເອີຣົບ, ກໍ່ຄືສາຍພົວພັນອັນແໜ້ນແຟ້ນລະຫວ່າງ ສະຫະພາບເອີຣົບ ແລະ ລາວ.
ອາທິດ EU ເລີ່ມຕົ້ນດ້ວຍການເປີດມຸມ EU, ສະເຫຼີມສະຫຼອງວັດທະນະທໍາ ແລະການຮ່ວມມືຂອງປະຊາຊົນເອີຣົບ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ສວນສະຫວັນ ວຽງແກ້ວ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ອັດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ.

ນອກຈາກ EU Corner, EU Week ຍັງເປີດງານວາງສະແດງຮູບຖ່າຍເປັນເວລາ 2 ເດືອນເພື່ອວາງສະແດງບັນດາຜະລິດຕະພັນຮູບພາບສິລະປະ, ສະແດງໃຫ້ເຫັນຄວາມຫຼາກຫຼາຍ ແລະ ຄວາມອຸດົມສົມບູນຂອງບັນດາປະເທດໃນສະຫະພາບເອີລົບ.
ໃນລະຫວ່າງອາທິດຂອງສະຫະພາບເອີຣົບ, ປະຊາຊົນສາມາດເຂົ້າຮ່ວມໄດ້ໂດຍບໍ່ເສຍຄ່າໃນຫຼາຍກິດຈະກໍາທີ່ຫນ້າສົນໃຈທີ່ຈັດຂຶ້ນຢູ່ຫຼາຍສະຖານທີ່ທີ່ແຕກຕ່າງກັນໃນນະຄອນຫຼວງວຽງຈັນເຊັ່ນ: ມຸມ EU, ສະຖາບັນຝຣັ່ງໃນລາວ, ສະໂມສອນແບນຊິກໃນລາວ.., ລວມທັງກິດຈະກໍາເຕັ້ນລໍາ, ຮ້ອງເພງແລະງານວາງສະແດງຕ່າງໆ …
ສັງເຄາະ
